ອານຸສາວະລີປອດພະຍາດໄຂ້ມາລາເຣຍຢາເອຢາມະ
ອານຸສາວະລີປອດພະຍາດໄຂ້ມາລາເຣຍຢາເອຢາມະ
ຢາເອຢາມະ ແລະ ພະຍາດໄຂ້ມາລາເຣຍ
ອີກທິດສະດີໜຶ່ງເຊື່ອວ່າພະຍາດໄຂ້ມາລາເຣຍທີ່ຢາເອຢາມະມີຕົ້ນກຳເນີດຈາກເຮືອກຳປັ່ນຂອງຄົນໂຮນລັງລຳໜຶ່ງທີ່ແລ່ນມາຂຶ້ນຝັ່ງຢູ່ເກາະອິຣິໂອໂມເຕະ ໃນປີ 1530. ຈາກນັ້ນມາຮອດສະຕະວັດທີ 20 ພະຍາດໄຂ້ມາລາເຣຍໄດ້ລະບາດທີ່ຢາເອຢາມະໂດຍບໍ່ຮູ້ສາເຫດ. ໃນປີ 1921 ຫ້ອງການບໍລິຫານກ່ຽວກັບການຄວບຄຸມພະຍາດໄຂ້ມາລາເຣຍ ຖືເປັນຫ້ອງການປ້ອງກັນພະຍາດໄຂ້ມາລາເຣຍຢູ່ເຂດຢາເອຢາມະຂອງລັດຖະບານຣິວກິວແຫ່ງທໍາອິດໄດ້ຖືກຕັ້ງຂຶ້ນ. ເຖິງຢ່າງໃດກໍຕາມພະຍາດໄຂ້ມາລາເຣຍຍັງຄົງມີຢູ່ໂດຍບໍ່ມີມາດຕະການຄວບຄຸມແບບຢືນຍົງ. ພາຍໃຕ້ສະຖານະການດັ່ງກ່າວຢາເອຢາມະກໍ່ຍັງໄດ້ມີສ່ວນຮ່ວມໃນການສູ້ຮົບຂອງໂອກີນາວາ.
ພະຍາດໄຂ້ມາລາເຣຍໃນຍຸກສົງຄາມ
ໃນລະຫວ່າງການສູ້ຮົບໂອກີນາວາ, ຂະນະດຽວກັນບໍ່ມີການສູ້ຮົບທາງບົກທີ່ຢາເອຢາມະ, ແຕ່ໄດ້ມີການໂຈມຕີທາງອາກາດຢ່າງຮຸນແຮງໂດຍອີງຕາມຄຳສັ່ງຂອງກອງທັບຍີ່ປຸ່ນເຮັດໃຫ້ປະຊາຊົນໄດ້ຖືກບັງຄັບໃຫ້ຍົກຍ້າຍໄປຢູ່ໃນເຂດທີ່ເປັນພະຍາດໄຂ້ມາລາເຣຍ. ມັນສົ່ງຜົນໃຫ້ເກີດໄພພິບັດທີ່ເອີ້ນວ່າ “ພະຍາດໄຂ້ມາລາເຣຍໃນສະໄໝສົງຄາມ”ເນື່ອງຈາກການຂາດແຄນອາຫານ ແລະ ຢາ ເຮັດໃຫ້ມີປະຊາກອນ 16,884 ຄົນຕິດເຊື້ອພະຍາດໄຂ້ມາລາເຣຍເຊິ່ງກວມເອົາເຄິ່ງຫນຶ່ງຂອງປະຊາກອນ ແລະ ເສຍຊີວິດ 3,647 ຄົນ ເມື່ອທຽບໃສ່ຈຳນວນຜູ້ເສຍຊີວິດຈາກສະໜາມຮົບ 178 ຄົນ. ທ່ານ ປອ ດຣ ໂຄເຊັນ ໂຢຊິໂນ ຜູ້ຊ່ຽວຊານແມ່ກາຝາກວິທະຍາ ຈາກຢາເອຢາມະ, ພ້ອມດ້ວຍ ທ່ານ ນາໂອກີ ຄຸໂຣຊິມະ ເຈົ້າໜ້າທີ່ສາທາລະນະສຸກ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໄດ້ຮວບຮວມຂໍ້ມູນລະອຽດກ່ຽວກັບຄົນເຈັບພະຍາດໄຂ້ມາລາເຣຍໃນລະຫວ່າງສົງຄາມ. ຂໍ້ມູນວິທະຍາສາດເຫຼົ່ານີ້ຖືກໃຊ້ເຂົ້າໃນມາດຕະການປ້ອງກັນພະຍາດພະຍາດໄຂ້ມາລາເຣຍຫຼັງສີ້ນສຸດສົງຄາມ. ຫຼັງຈາກສົງຄາມ ທ່ານ ດຣ ໂຄເຊັນ ໂຢຊິໂນ ໄດ້ຖືກແຕ່ງຕັ້ງເປັນຜູ້ອໍານວຍການຫ້ອງການສາຂາ ຢາເອຢາມະ (ຕໍ່ມາໄດ້ຮັບການແຕ່ງຕັ້ງເປັນເຈົ້າແຂວງ) ແລະ ທ່ານ ປອ ດຣ ຊິນເຄນ ໂອຮາມະ ຜູ້ຊ່ຽວຊານດ້ານພະຍາດໄຂ້ມາລາເຣຍວິທະຍາຈາກ ຢາເອຢາມະ ໄດ້ຖືກແຕ່ງຕັ້ງເປັນຫົວໜ້າພະແນກສາທາລະນະສຸກ ຊຶ່ງເປັນຜູ້ຮ່າງລະບຽບການດັບສູນພະຍາດໄຂ້ມາລາເຣຍ. ກົດລະບຽບທີ່ເຂັ້ມງວດ ຖຶກບັງຄັບໃຊ້ຢ່າງເຂັ້ມງວດ ຊຶ່ງໄດ້ປັບໃໝຜູ້ບໍ່ປະຕິບັດຕາມກົດລະບຽບ. ເນື່ອງຈາກຄວາມພະຍາຍາມຮ່ວມກັນລະຫວ່າງພາກລັດ ແລະ ເອກະຊົນ ເຮັດໃຫ້ໃນປີ 1949 ມີຈຳນວນກໍລະນີພະຍາດໄຂ້ມາລາເຣຍຫຼຸດລົງເຫຼືອ 17 ກໍລະນີ ແລະ ຈໍານວນຜູ້ເສຍຊີວິດ ກໍ່ໄດ້ຫຼຸດລົງຢ່າງຕໍ່ເນື່ອງ. ຢ່າງໃດກໍຕາມເປົ້າໝາຍທີ່ຈະເຮັດໃຫ້ເປັນພະຍາດໄຂ້ມາລາເຣຍເທົ່າກັບສູນຍັງບໍ່ທັນບັນລຸ.
ໃນປີ 1950 ລັດຖະບານໃໝ່ທີ່ຖືກເລືອກຕັ້ງໄດ້ຕັດງົບປະມານໃນການຄວບຄຸມພະຍາດໄຂ້ມາລາເຣຍ ແລະ ຈັດຕັ້ງປະຕິບັດໂຄງການຍົກຍ້າຍຖີ່ນຖານໃໝ່. ດັ່ງນັ້ນຜູ້ອົບພະຍົບຫຼາຍຄົນຈາກເກາະອື່ນໆທີ່ໄດ້ຕັ້ງຖິ່ນຖານຢູ່ໃນເຂດທີ່ມີພະຍາດໄຂ້ມາລາເຣຍປະຈຳຖີ່ນ, ຊຶ່ງສົ່ງຜົນໃຫ້ກຸ່ມຜູ້ທີ່ດຳລົງຊີວິດ ແລະ ສ້າງຜົນຜະລິດທີ່ຕິດພະຍາດໄຂ້ມາລາເຣຍ ຊຶ່ງຮູ້ຈັກກັນໃນນາມ “ພະຍາດໄຂ້ມາລາເຣຍຄົນອົບພະຍົບ.” ໃນປີ 1957, ຕາມການຮ້ອງຂໍຂອງ USCAR (ຫ້ອງການບໍລິຫານພົນລະເຮືອນສະຫະລັດອາເມລິກາໃນຫມູ່ເກາະ ຣິວກິວ) ທ່ານ ດຣ ຊານ ເອມ. ວີເລີ ຜູ້ຊ່ຽວຊານແມງໄມ້ວິທະຍາສາທາລະນະສຸກຂອງ GHQ ໃນປະເທດຍີ່ປຸ່ນ ໄດ້ສ້າງແຜນການຄວບຄຸມພະຍາດໄຂ້ມາລາເຣຍທີ່ຢາເອຢາມະ ຊຶ່ງໃຫ້ຊື່ວ່າ “ແຜນການ ວີເລີ”. ງົບປະມານພິເສດໄດ້ຖືກຈັດສັນສໍາລັບໂຄງການຜົ່ນຢາຂ້າແມງໄມ້ DDT ພາຍໃນເຮືອນທີ່ມີລິດຕົກຄ້າງ ຊຶ່ງໄດ້ຖືກຢັ້ງຢືນທາງດ້ານວິທະຍາສາດວ່າມີປະສິດທິພາບໃນການກໍາຈັດຍຸງໃນຫລາຍປະເທດ. ດ້ວຍການສີດພົ່ນຢ່າງຮອບຄອບຂອງພະນັກງານສຸກສາລາ ຈຶ່ງເຮັດໃຫ້ການຜົ່ນຢາເຫັນຜົນທັນທີ, ພ້ອມດຽວກັນກໍ່ມີການຮ່ວມມືທີ່ຫ້າວຫັນຂອງປະຊາຊົນ. ດັ່ງຜົນທີ່ກ່າວມາ ເຮັດໃຫ້ຄົນເຈັບພະຍາດໄຂ້ມາລາເຣຍກໍລະນີສຸດທ້າຍຢູ່ອິຣິໂອໂມເຕະ ໃນປີ 1961, ຫຼັງຈາກນັ້ນ ຢາເອຢາມະກໍ່ປະສົບຜົນສຳເລັດປອດພະຍາດໄຂ້ມາລາເຣຍໃນປີ 1962.
ໝາຍເຫດ: DDT ເປັນສານເຄມີທີ່ລາຄາບໍ່ແພງ ແລະ ມີປະສິດຕິພາບ, ແຕ່ໄດ້ຖືກຫ້າມນຳໃຊ້ເນື່ອງຈາກມັນເປັນສານເຄມີທີ່ອັນຕະລາຍ
ຂະແໜງການລົບລ້າງພະຍາດໄຂ້ມາລາເຣຍ, ສູນສາທາລະນະສຸກຢາເອຢາມະ
ຕາຕະລາງສະແດງໃຫ້ເຫັນຈໍານວນຂອງກໍລະນີພະຍາດໄຂ້ມາລາເຣຍເທົ່າກັບສູນນັບຕັ້ງແຕ່ປີ 1962
ພະຍາດໄຂ້ມາລາເຣຍເປັນພະຍາດຕິດຕໍ່ທີ່ເກີດຈາກແມ່ກາຝາກປລາດສະໂມດຽມ. ພະຍາດດັ່ງກ່າວມີລັກສະນະເປັນໄຂ້ສູງ ແລະ ໜາວສັ່ນຮຸນແຮງ ອາດຈະເຮັດໃຫ້ເສຍຊີວິດໄດ້ຖ້າຫາກການປິ່ນປົວຊັກຊ້າ. ການຕິດເຊື້ອເລີ່ມຕົ້ນດ້ວຍຍຸງທີ່ຕິດເຊື້ອປລາດສະໂມດຽມກັດ ແລະ ປ່ອຍສະໂປໂຣຊອຍ ໃນນໍ້າລາຍຂອງມັນເຂົ້າໄປໃນຮ່າງກາຍຂອງມະນຸດ. ພະຍາດໄຂ້ມາລາເຣຍເປັນໜຶ່ງໃນສາມພະຍາດຕິດຕໍ່ທີ່ສຳຄັນໃນໂລກຄຽງຄູ່ກັບພະຍາດໂລກເອດສ ແລະ ວັນນະໂລກ. ໃນຢາເອຢາມະຍຸງກົ້ນຊີ້ຢະເອຢະມີນຊິດສາມາດພົບເຫັນຢູ່ໃນພື້ນທີ່ຫ້ວຍນໍ້າໃນປ່າ ຊຶ່ງຍຸງກົ້ນຊີ້ມີເຊື້ອປລາດສະໂມດຽມຟານຊີປາຣອມທີ່ເປັນເຊື້ອທີອັນຕະລາຍສາມາດເຮັດໃຫ້ເສຍຊີວິດໄດ້. ເຖິງແມ່ນວ່າປະຈຸບັນບໍ່ມີຄົນເຈັບພະຍາດໄຂ້ມາລາເຣຍໃນຢາເອຢາມະມາດົນແລ້ວ, ແຕ່ຍັງມີຜູ້ເສຍຊີວິດຫຼາຍກວ່າ 600,000 ຄົນຕໍ່ປີຢູ່ໃນໂລກ ຊຶ່ງສ່ວນໃຫຍ່ຢູ່ໃນປະເທດທີ່ມີລາຍໄດ້ຕໍ່າ ແລະ ປານກາງ ເຊັ່ນຢູ່ໃນທະວີບອາຊີ ແລະ ອາຟຣິກາ (ຂໍ້ມູນສໍາລັບປີ 2020).
ຍຸງກ້ນຊີ່ຢາເອຢາມະມີນຊິດ
ເມັດເລືອດແດງຕິດເຊື້ອ ປລາດສະໂມດຽມ ໂປຣໂຕຊົວ
ວັນທີ 7 ກໍລະກົດ 1950 ບ້ານອິໂນດະຖືກສ້າງຂຶ້ນຢູ່ໃນເຂດທີ່ມີພະຍາດໄຂ້ມາລາເຣຍປະຈຳຖິ່ນ, ຊຶ່ງໄດ້ເປີດຫ້ອງການລົບລ້າງພະຍາດໄຂ້ມາລາເຣຍສາຂາອິໂນດະ. ຫ້ອງການດັ່ງກ່າວໄດ້ຖືກສ້າງຂຶ້ນໂດຍປະຊາຊົນໃນອິໂນດະ. ໃນເດືອນຕຸລາ 1951, ພາຍໃຕ້ໂຄງການຕັ້ງຖິ່ນຖານໃຫມ່, 21 ຄອບຄົວທໍາອິດຈາກບ້ານໂອກິມິໃນໂອກີນາວາໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນບ້ານອິໂນດະ ແລະ ມີຫລາຍຄອບຄົວໄດ້ຍົກຍ້າຍຕາມມາຕັ້ງຖິ່ນຖານຢູ່ບ້ານອິໂນດະ. ຄົນອົບພະຍົບໄດ້ປັບຫນ້າດິນສໍາລັບການດໍາລົງຊີວິດ ແລະ ທຳການປູກຝັງ. ຫຼັງຈາກນັ້ນມີການລະບາດພະຍາດໄຂ້ມາລາເຣຍເກີດຂື້ນໃນບັນດາຜູ້ຕັ້ງຖິ່ນຖານໃນພາກເຫນືອຂອງເກາະອິຊິກາກິລວມທັງ ອິໂນດະ. ຫ້ອງການລົບລ້າງພະຍາດໄຂ້ມາລາເຣຍສາຂາອິໂນດະໄດ້ດຳເນີນການເຄື່ອນໄຫວຫຼາຍກິດຈະກຳເຊັ່ນ ການປິ່ນປົວ, ມາດຕະການຕ້ານ, ແລະ ເຜີຍແຜ່ວິທີການປ້ອງກັນ, ໃຫ້ຄວາມເຂົ້າໃຈຕໍ່ປະຊາຊົນ, ຕໍ່ມາມັນ ຫ້ອງການດັ່ງກ່າວໄດ້ເປັນຈຸດປະສານງານການຈັດຕັ້ງປະຕິບັດແຜນວີເລີໃນເຂດພາກເຫນືອ. ຂອບໃຈທຸກໆການທຸ້ມເທເຫຼົ່ານັ້ນ, ເຮັດໃຫ້ຈໍານວນກໍລະນີພະຍາດໄຂ້ມາລາເຣຍປະຈໍາປີຫຼຸດລົງເປັນສູນໃນປີ 1962. ສຸດທ້າຍປະຫວັດການຕ້ານພະຍາດໄຂ້ມາລາເຣຍ 400 ປີໄດ້ສິ້ນສຸດລົງ.
ການເຄື່ອນທີ່ກວດສຸຂະພາບໂດຍເຈົ້າໜ້າທີ່ສາທາລະນະສຸກ
Yaeyama Peace Memorial Museum collection